Intra ປົກປ້ອງທ່ານຈາກການໝູນໃຊ້ DNS, ການໂຈມຕີທາງໄຊເບີທີ່ໃຊ້ເພື່ອບລັອກການເຂົ້າເຖິງເວັບໄຊຂ່າວ, ແພລດຟອມໂຊຊຽວມີເດຍ ແລະ ແອັບຮັບສົ່ງຂໍ້ຄວາມ.
01
ການເຂົ້າເຖິງອິນເຕີເນັດເປີດຫຼາຍຂຶ້ນ
Intra ຊ່ວຍໃຫ້ທ່ານເຂົ້າເຖິງເວັບໄຊ ແລະ ແອັບທີ່ຖືກບລັອກໂດຍການປ່ຽນແປງ DNS, ໜຶ່ງໃນຮູບແບບທົ່ວໄປທີ່ສຸດຂອງການເຊັນເຊີອອນລາຍ.
02
ການປົກປ້ອງຈາກການໂຈມຕີດິຈິຕອນ
Intra ຊ່ວຍປົກປ້ອງທ່ານຈາກການຫຼອກເອົາຂໍ້ມູນ ແລະ ເມົາແວ. ການໂຈມຕີເຫຼົ່ານີ້ຖືກໃຊ້ເພື່ອລັກເອົາຂໍ້ມູນສ່ວນຕົວ ເຊັ່ນ: ຊື່ຜູ້ໃຊ້ ແລະ ລະຫັດຜ່ານ ຫຼື ຕິດຕັ້ງຊອບແວຢູ່ອຸປະກອນຂອງທ່ານໂດຍການປ່ຽນເສັ້ນທາງທ່ານໄປຫາເວັບໄຊປອມ.
03
ການປົກປ້ອງທີ່ບໍ່ຈໍາກັດດ້ວຍຄລິກດຽວ
Intra ທີ່ໃຊ້ງ່າຍກວ່ານີ້ບໍ່ມີອີກແລ້ວ, ພຽງແຕ່ປ່ອຍມັນໄວ້ແລ້ວກໍລືມມັນເລີຍ. Intra ຈະບໍ່ເຮັດໃຫ້ການເຊື່ອມຕໍ່ອິນເຕີເນັດຂອງທ່ານຊ້າລົງ ແລະ ບໍ່ມີຂີດຈຳກັດໃນການນຳໃຊ້ອິນເຕີເນັດ.
04
ເທັກໂນໂລຢີທີ່ທ່ານສາມາດເຊື່ອຖືໄດ້
Intra ຮັກສາຂໍ້ມູນຂອງທ່ານເປັນສ່ວນຕົວ. ພວກເຮົາບໍ່ຕິດຕາມແອັບທີ່ທ່ານໃຊ້ ຫຼື ເວັບໄຊທີ່ທ່ານເຂົ້າເບິ່ງ.
Intra ຊ່ວຍໃຫ້ທ່ານປັບແຕ່ງຜູ້ໃຫ້ບໍລິການເຊີບເວີ DNS ຂອງທ່ານ. ທ່ານສາມາດນໍາໃຊ້ເຊີບເວີຂອງທ່ານເອງ ຫຼື ເລືອກຈາກຜູ້ໃຫ້ບໍລິການທີ່ນິຍົມໄດ້ ເຊັ່ນ: Cloudflare ຫຼື Google.
ມັນເຮັດວຽກແນວໃດ
Intra ເຂົ້າລະຫັດການເຊື່ອມຕໍ່ອິນເຕີເນັດຂອງທ່ານກັບເຊີບເວີລະບົບຊື່ໂດເມນ (DNS) ສາທາລະນະ. ເຊີບເວີ DNS ເຮັດວຽກຄືກັບລາຍຊື່ຜູ້ຕິດຕໍ່ — ເມື່ອທ່ານໃຊ້ອິນເຕີເນັດ, ເຊີບເວີ DNS ຂອງທ່ານໃຫ້ທີ່ຢູ່ທີ່ແນ່ນອນທີ່ທ່ານຕ້ອງການເຂົ້າເບິ່ງເວັບໄຊ ຫຼື ເປີດແອັບ.
ເຖິງຢ່າງໃດກໍຕາມ, ເຊີບເວີ DNS ສາມາດຖືກດັດແປງເພື່ອບລັອກການເຂົ້າເຖິງ ຫຼື ປ່ຽນເສັ້ນທາງທ່ານໄປຫາເວັບໄຊປອມ. ໂດຍການເຂົ້າລະຫັດການເຊື່ອມຕໍ່ຂອງທ່ານກັບເຊີບເວີ DNS ຢູ່ອຸປະກອນ Android ຂອງທ່ານ, Intra ຈະຊ່ວຍກວດສອບວ່າຜົນທີ່ໄດ້ຮັບບໍ່ສາມາດຖືກປ່ຽນແປງໄດ້, ດັ່ງນັ້ນທ່ານຈຶ່ງສາມາດເຂົ້າເຖິງອິນເຕີເນັດໄດ້ຢ່າງປອດໄພ.